ຂໍ້ມູນກ່ຽວກັບ ເມືອງນາໝໍ້

ທີ່ຕັ້ງຂອງ ເມືອງນາໝໍ້

ເມືອງ​ນາໝໍ້ ຕັ້ງຢູ່​ລະ​ຫວ່າງ​ ເສັ້ນຂະໜານ 23 50 ເໜືອ ຫາ ເສັ້ນຂະໜານ 22 85 ໃຕ້ ຫ່າງ​ຈາກ​ເທດສະບານ​​ແຂວງ​ 50 ກິ​ໂລ​ແມັດ, ເມືອງນາໝໍ້ ມີຊາຍແດນຕິດກັບ ສປຈີນ, ບັນດາເມືອງ ແລະ ແຂວງໃກ້ຄຽງຄື:

ພາບຕົວເມືອງນາໝໍ້ ປີ 2023

  1. ທິດເໜືອ ຕິດກັບ ເມືອງລ້າ ປະເທດ ສປຈີນ (18,70 ກິໂລແມັດ) ແລະ ເມືອງບຸນໃຕ້ ແຂວງຜົ້ງສາລີ (27,25 ກິໂລແມັດ);
  2. ທິດໃຕ້ ຕິດກັບ ເມືອງໄຊ ແຂວງອຸດົມໄຊ (78,44 ກິໂລແມັດ); 
  3. ທິດຕາເວັນອອກ ຕິດກັບ ເມືອງຫຼາ ແຂວງອຸດົມໄຊ (26,55 ກິໂລແມັດ);
  4. ທິດຕາເວັນຕົກ ຕິດກັບ ເມືອງນາແລ (43,60 ກິໂລແມັດ) ແລະ ເມືອງນໍ້າທາ ແຂວງຫຼວງນໍ້າທາ (72,64 ກິໂລແມັດ).

ເມືອງນາໝໍ້ ເປັນເມືອງພູດອຍ ມີພື້ນທີ່ສູງຊັນ ໃນລະດັບ 600 ແມັດ – 1.000 ແມັດ (ທຽບກັບໜ້ານ້ຳທະເລ) ຂອບເຂດການປົກຄອງ ຂອງເມືອງນາໝໍ້ ມີ 9 ກຸ່ມບ້ານ, 4 ບ້ານໃຫ່ຍເທດສະບານ, ມີທັງໝົດ 63 ບ້ານ.

  1. ບ້ານເທດສະບານມີ 4 ບ້ານຄື: ບ້ານໂຮມໄຊ, ບ້ານຫ້ວຍອອນ, ບ້ານນໍ້າແຊ ແລະ ບ້ານນາຕອງ. 
  2. ກຸ່ມບ້ານນໍ້າເງິນ ປະກອບມີ 9 ບ້ານຄື: ບ້ານນໍ້າເງິນ, ບ້ານນໍ້າຍອນ, ບ້ານນໍ້າແດງ, ບ້ານຫົວນາ, ບ້ານຜາຄໍາ, ບ້ານເພຍໄມ່ນ້ອຍ, ບ້ານຕືກາ, ບ້ານເພຍໄມ່ໃຫຍ່ ແລະ ບ້ານສະປື.
  3. ກຸ່ມບ້ານຂວາງ ປະກອບມີ 7 ບ້ານຄື: ບ້ານຂວາງ, ບ້ານນາສະຫວ່າງ,ບ້ານມູຕືນ , ບ້ານຫ້ວຍຫຼັກ, ບ້ານນໍ້າໂມງ, ບ້ານໃໝ່ນາເຕົາ ແລະ ບ້ານນໍ້າກໍ້.
  4. ກຸ່ມບ້ານນາໝໍ້ ປະກອບມີ 4 ບ້ານຄື: ບ້ານນາໝໍ້ເໜືອ, ບ້ານນາໝໍ້ໃຕ້,ບ້ານກິ່ວລານ, ແລະ ບ້ານໄຊສຳພັນ.
  5. ກຸ່ມບ້ານປາງທອງ ປະກອບມີ 7 ບ້ານຄື: ບ້ານປາງທອງ, ບ້ານນາໂຮມ, ບ້ານນໍ້າແພງ, ບ້ານປາງດູ່, ບ້ານຫົວນໍ້າຂາມ, ບ້ານຫ້ວຍຊາງ ແລະ ບ້ານນາຂາມ.
  6. ກຸ່ມບ້ານບ້ານປາງສາ ປະກອບມີ 7 ບ້ານຄື: ບ້ານປາງສາ, ບ້ານປາກນໍ້າຕອງ, ບ້ານຫ້ວຍຫົກ, ບ້ານຈອມແສນ, ບ້ານພູລີ, ບ້ານພູຕູມ,  ແລະ ບ້ານແສນໄຊ.
  7. ກຸ່ມບ້ານນາທົ່ງ ປະກອບມີ 8 ບ້ານຄື: ບ້ານນາທົ່ງ, ບ້ານນໍ້າວຶນໃຕ້, ບ້ານນໍ້າວຶນເໝືອ, ບ້ານນາຖົ່ວ, ບ້ານກິ່ວແຈບ, ບ້ານກູລົງ, ບ້ານນໍ້າບໍ່ຕາໄກ່ ແລະ ບ້ານໝາກຈຸກ.
  8. ກຸ່ມບ້ານພູເຄືອ ປະກອບມີ 8 ບ້ານຄື: ບ້ານພູເຄືອ, ບ້ານພູທອງ, ບ້ານເລົາ, ບ້ານແພງ, ບ້ານພູເອືອດ, ບ້ານຫ້ວຍຮູ, ບ້ານຫ້ວຍປອດ ແລະ ບ້ານຫ້ວຍຊອຍ.
  9. ກຸ່ມບ້ານວັງອ່າງ ປະກອບມີ 5 ບ້ານ: ບ້ານວັງອ່າງ, ບ້ານນໍ້າຕອງ,  ບ້ານຫ້ວຍຮາ, ບ້ານຫ້ວຍແຮ ແລະ ບ້ານພູອົມ.
  10. ກຸ່ມບ້ານເຕົາ ປະກອບມີ 4 ບ້ານ: ບ້ານເຕົາ, ບ້ານມົກຄະ, ບ້ານສະກົວແລະ ບ້ານສະແງ.

ຈຸດ​ພິ​ເສດ​ທາງ​ດ້ານ​ສັງຄົມ.

ເມືອງນາໝໍ້ (ສ້າງຕັ້ງຂຶ້ນໃນວັນທີ່ 20 ກັນຍາ 1963) ມີປະຊາກອນທັງໝົດ 46.340 ຄົນ, ຍິງ 22.881 ຄົນ, ມີ 8.084 ຄົວເຮືອນ, ມີ 11.232 ຄອບຄົວ, ສະເລ່ຍຄວາມໜາແໜ້ນ ຂອງປະຊາກອນ 24 ຕໍ່ກິໂລຕາແມັດ, ການຕັ້ງພູມລຳເນົາ ຂອງປະຊາກອນແມ່ນຢູ່ຕາມພູພຽງ, ລຽບສາຍນໍ້າ ແລະ ຮ່ອມພູຕ່າງໆ ປະຊາກອນສ່ວນຫຼາຍແມ່ນຍຶດຖືການປູກຝັ່ງ – ລ້ຽງສັດເປັນຫຼັກ.

ຊົນເຜົ່າ ແລະ ໝວດພາສາປາກເວົ້າ: ມີ 11 ຊົນ​ເຜົ່າ ແຍກເປັນ  4 ໝວດພາສາ​ມີ:

  1. ໝວດພາສາລາວ-ໄຕມີ: ລາວ, ລື້, ໄຕ, ຢັ້ງ;
  2. ໝວດພາສາມອນ-ຂະແມມີ: ກຶມມຸ, ບິດ;
  3. ໝວດພາສາມົ້ງ-ອີ້ວມ້ຽນມີ: ມົ້ງ, ອິ້ວມຽ້ນ (ແລນແຕນ);       
  4. ໝວດພາສາຈີນຕີເບດມີ: ພູນ້ອຍ, ອາຄາ, ຫໍ້.

ພູມສັນຖານຂອງເມືອງນາໝໍ

ເມືອງນາໝໍ້ ມີເນື້ອທີ່ທັງໝົດ 1.921 ກິໂລຕາແມັດ ເທົ່າກັບ 12,76%ຂອງເນື້ອທີ່ທົ່ວແຂວງ ເປັນເມືອງພູດອຍກວມ 87% ຂອງເນື້ອທີ່ທັງໝົດໃນທົ່ວເມືອງ, ໃນນີ້ມີເນື້ອທີ່ປ່າປົກຫຸ້ມ 24,70%, ຂອງເນື້ອທີ່ປ່າທັງໝົດ ສ່ວນໃຫຍ່ເປັນດິນພຸຜຸຍ ເໝາະສົມແກ່ການຜະລິດກະສິກຳ ແລະ ທ່ອງທ່ຽວທຳມະຊາດ.