ນ້ຳເຜິ້ງສົດ ບ້ານນ້ຳເງິນ ເມືອງນາຫມໍ້ ຜະລິດຕະພັນ ທີ່ໄດ້ຮັບກາຫມາຍ ຫນຶ່ງເມືອງ ຫນຶ່ງຜະລິດຕະພັນ ແຫ່ງຊາດ

ເຜີ້ງນາໝໍ້

ນໍ້າເຜິ້ງສົດ ບ້ານນໍ້າເງິນ ເມືອງນາຫມໍ້ ແຂວງອຸດົມໄຊ ເປັນຫນຶ່ງໃນຜະລິດຕະພັນ ທີ່ໄດ້ຮັບກາຫມາຍ ສິນຄ້າ ຫນຶ່ງເມືອງ ຫນຶ່ງຜະລິດຕະພັນ ແຫ່ງຊາດ ຂອງແຂວງອຸດົມໄຊ.

ອີງຕາມຂໍ້ມູນຕົວຈິງ ຂອງຫ້ອງການ ອຸດສາຫະກໍາ ແລະ ການຄ້າ ເມືອງນາຫມໍ້ ແຂວງອຸດົມໄຊ ເຫັນວ່າ: ປະຊາຊົນ ບ້ານນ້ຳເງິນ ໄດ້ພ້ອມພາກັນລ້ຽງເຜິ້ງທຳມະຊາດ ມາແຕ່ດົນນານແລ້ວ ຈຸດປະສົງກໍເພື່ອ ລ້ຽງເປັນອາຫານ ແລະ ເປັນສະຫມຸນໄພ ບຳລຸງຮ່າງກາຍ ຈາກນັ້ນ ມາຮອດໃນປີ 2004 ໄດ້ມີໂຄງການ GAA ໄດ້ເຂົ້າມາໃຫ້ການສະຫນັບສະຫນູນ ກິດ ຈະກຳການລ້ຽງເຜິ້ງ ແບບທຳມະຊາດ ໂດຍຈັດຕັ້ງເປັນກຸ່ມ ເຊິ່ງເບື້ອງຕົ້ນ ມີທັງຫມົດ 6 ຄອບຄົວ ແລະ ມາຮອດປັດປີ 2009 ສະມາສິກກຸ່ມ ເພີ່ມຂຶ້ນເປັນ 23 ຄອບຄົວ ຈົນຮອດປັດຈຸບັນ ແລະ ນ້ຳເຜິ້ງຂອງຊາວບ້ານ ໄດ້ຮັບການປັບປຸງ ແລະ ພັດທະນາມາຢ່າງຕໍ່ເນື່ອງ ຈົນກາຍມາເປັນສິນຄ້າ ເຮັດໃຫ້ ມີລາຍຮັບເຂົ້າຄອບຄົວ. ເມື່ອເຫັນວ່າ ນ້ຳເຜິງ ຍັງເປັນທີ່ຕ້ອງການຂອງສັງຄົມ ທາງຫ້ອງ ການອຸດສາຫະກຳ ແລະ ການຄ້າ ເມືອງນາຫມໍ້ ໄດ້ລົງເຄື່ອນໄຫວ ຊຸກຍູ້ ສົ່ງເສີມ ເພື່ອເຮັດໃຫ້ການດຳເນີນກິດຈະກຳຂອງກຸ່ມ ມີປະສິດທິພາບ ແລະ ສາມາດເຄື່ອນໄຫວ ໄປຕາມທິດທາງແຜນການ ຈົນເຮັດໃຫ້ ນ້ຳເຜິ້ງ ຂອງບ້ານນ້ຳເງິນ ກາຍເປັນສິນຄ້າ ຫນຶ່ງເມືອງ ຫນຶ່ງຜະລິດຕະພັນ ແຫ່ງຊາດ ໂດຍໄດ້ຮັບກາຫມາຍ ຈາກກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງແຕ່ລະປີ ສາມາດເກັບນ້ຳເຜິ້ງທຳມະຊາດ ແບບສົດໆ ໄດ້ທັງຫມົດ ສະເລ່ຍ 690 ກວ່າກິໂລ ສາ ມາດສ້າງລາຍຮັບໄດ້ 20 ກວ່າລ້ານກີບ.

ຜະລິດຕະພັນ ນໍ້າເຜິ້ງທໍາມະຊາດ ບ້ານນໍ້າເງິນ ແມ່ນເປັນທີ່ນິຍົມ ທັງພາຍໃນ ແລະ ຕ່າງປະເທດ ແລະ ໄດ້ນຳໄປວາງສະແດງ ພ້ອມທັງ ຈຳຫນ່າຍ ຢູ່ບັນດາງານຕ່າງໆ ທີ່ເມືອງ,ແຂວງ ແລະ ສູນກາງຈັດຂຶ້ນ. ແລະ ໃນມໍ່ໆນີ້ ກໍຈະໄດ້ນຳໄປວາງຈຳຫນ່າຍ ຢູ່ທີ່ງານວາງສະແດງສິນຄ້າ ຕິດພັນກັບງານບຸນປະເພນີຂອງປະຊາຊົນບັນດາເຜົ່າ ເພື່ອສະເຫລີມ ສະຫລອງ ປີທ່ອງທ່ຽວລາວ 2024 ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 16 ຫາ 20 ມັງກອນ ນີ້.

ຂ່າວ: ຄານມະນີ ຮຽນດໍຈັນ