ສະເຫຼີມສະຫຼອງ ວັນສ້າງຕັ້ງ ເມືອງນາໝໍ້ ແຂວງອຸດົມໄຊ ຄົບຮອບ 60 ປີ

ເມືອງນາໝໍ້ ຄົບຮອບ 60 ປີ

ພິທີ ໂຮມຊຸມນຸມ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ເມືອງນາໝໍ້ ຄົບຮອບ 60 ປີຄື ວັນທີ 20 ກັນຍາ ປີ 1963 ຫາ ວັນທີ 20 ກັນຍາ ປີ 2023 ໄດ້ຈັດຂຶ້ນຢ່າງຄຶກຄື້ນໃນວັນທີ 17 ພະຈິກນີ້ ຢູ່ທີ່ ບ້ານ ໂຮມໄຊ ເທດສະບານເມືອງນາໝໍ້ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ທ່ານ ພົຈວ ສີວອນ ໄຊຍະວົງ ກຳມະການປະຈໍາພັກແຂວງ, ຫົວຫນ້າກອງບັນຊາການ ປກສ ແຂວງ ຜູ້ຊີ້ນຳເມືອງນາໝໍ້. ມີບັນດາທ່ານ ການນຳຂອງແຂວງ, ຫົວໜ້າພະແນກການ, ເຈົ້າເມືອງ, ອະດີດການນໍາເມືອງ, ພະນັກງານອາວຸໂສບຳນານ, ແຂກເຊີນຈາກເມືອງ ຂອງແຂວງອ້ອມຂ້າງ, ບັນດາບໍລິສັດ ລັດວິສາຫະກິດພາຍໃນເມືອງ ແລະ ອົງການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງນາໝໍ້ເຂົ້າຮ່ວມຢ່າງພ້ອມພຽງ.

ເຈົ້າເມືອງ ນາໝໍ້

ພິທີໄດ້ເລີ່ມຈາກ ຂະບວນແຮ່ກ້ອນກຳລັງຂອງພາກສ່ວນຕ່າງໆເຂົ້າສູ່ພິທີ ເຊິ່ງປະກອບມີ ກ້ອນກຳລັງນ້ອງນ້ອຍເຍົາວະຊົນ-ຊາວໜຸ່ມ, ນັກຮຽນນັກສຶກສາ, ພະນັກງານ, ສອງກຳລັງປະກອບອາວຸດ, ລັດວິສາຫະກິດ, ປະຊາຊົນບັນດາເຜົ່າພາຍໃນເມືອງ ຈາກນັ້ນ ກໍໄດ້ຮັບຊົມລາຍການສະແດງບົດຟ້ອນຂອງນັກສະແດງພາຍໃນເມືອງ ແລະ ປກສ ແຂວງ.

ທ່ານ ປອ ວົງສະຫວັນ ໄຊຍະວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ-ເຈົ້າເມືອງໆນາໝໍ້ ໄດ້ກ່າວປາໄສຕໍ່ພິທີວ່າ ການສະເຫຼີມສະຫຼອງວັນ ສ້າງຕັ້ງເມືອງນາໝໍ້ ຄົບຮອບ 60 ປີ ແມ່ນເຫດການປະຫວັດສາດທີ່ມີຄວາມໝາຍສຳຄັນ ເພື່ອເປັນການຈົດຈໍາລໍ້າລຶກ ເຫດການປະຫວັດສາດອັນລະອິດລະອ້ຽວ ແລະ ຫວນຄືນມູນເຊື້ອແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ໃນພາລະກິດປົກປັກຮັກສາ ພັດທະນາເມືອງ, ພ້ອມກັນນີ້ ຍັງເປັນການເອກອ້າງທະນົງໃຈ ຕໍ່ການເຕີບໃຫຍ່ ຂະຫຍາຍຕົວ ກໍຄື ຜົນສຳເລັດອັນສຳຄັນໃນຫຼາຍດ້ານທີ່ຍາດມາໄດ້ຕະຫຼອດ 60 ປີທີ່ຜ່ານມາ.

ສະຫຼອງ ເມືອງນາໝໍ້

ເມືອງນາໝໍ້ ໃນເມື່ອກ່ອນເປັນພຽງກອງນາໝໍ້ທີຂື້ນກັບເມືອງໄຊ ກີ່ງແຂວງໄຊຍະພູມ. ພາຍຫຼັງ ເມືອງໄຊ ໄດ້ຮັບການປົດປ່ອຍສູນກາງພັກຕົກລົງເອົາ ກີ່ງແຂວງໄຊຍະບູມສ້າງຕັ້ງເປັນແຂວງ ລ້ານຊ້າງໃນວັນທີ 15 ກໍລະກົດ 1962 ມາຮອດວັນທີ 20 ກັນຍາ 1963 ກອງນາໝໍ້ກໍ່ໄດ້ຮັບ ການສ້າງຕັ້ງເປັນເມືອງນາໝໍ້ຈົນເຖີງປະຈຸບັນ. ເຊີ່ງເປັນຂີດໝາຍປະຫວັດສາດອັນສຳຄັນ ແຫ່ງການ ເຕີບໃຫຍ່ຂະຫຍາຍຕົວຂອງເມືອງນາໝໍ້ ເຊີ່ງນັບ ແຕ່ນັ້ນມາ ຂະບວນການປົກປັກຮັກສາ ແລະ ພັດທະນາເມືອງນາໝໍ້ ໄດ້ກ້າວຂຶ້ນສູ່ຄຸນນະພາບໃໝ່ ແລະ ສາມາດຍາດໄດ້ຜົນສຳເລັດ ອັນສະຫງ່າ ລາສີ ໃນຫຼາຍດ້ານ.

ເມື່ອທົບທວນຄືນເສັ້ນທາງແຫ່ງການປົກປັກຮັກສາ ແລະ ພັດທະນາເມືອງນາໝໍ້ ມີຄວາມເອກອ້າງທະນົງໃຈທີ່ເຫັນວ່າຕະຫຼອດໄລຍະ 60 ປີທີ່ຜ່ານມາ ຄະນະພັກແຕ່ລະຮຸ່ນ, ແຕ່ລະສະໄໝ ທີ່ສືບເນື່ອງກັນມາ ໄດ້ມີຄວາມຕັດສິດໃຈອັນສູງສົ່ງ ຜ່ານຜ່າອຸປະສັກຄວາມຫຍຸ້ງ ຍາກນາໆປະການ, ເສີມຂະຫຍາຍນ້ຳໃຈຮັກຊາດ, ຈິດໃຈເອກະລາດ ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມທຸກກຳລັງແຮງສັງລວມ ເຂົ້າໃນການປົກປັກຮັກສາຄວາມເປັນ ເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ໄວ້ຢ່າງໝັ້ນຄົງ, ສ້າງສາພັດທະນາທາງດ້ານ ເສດຖະກິດ-ສັງຄົມໃນແຕ່ລະໄລຍະ ຕາມແນວທາງຂອງພັກ, ອັນໄດ້ເຮັດໃຫ້ເມືອງນາໝໍ້ ມີ ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເສດຖະກິດສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ສາມາດປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນ ເປັນກ້າວໆ, ເຮັດໃຫ້ເມືອງນາໝໍ້ມີການຫັນປ່ຽນຢ່າງຕັ້ງໜ້າໃນຫຼາຍດ້ານ.
ຄຽງຄູ່ກັບຜົນສຳເລັດທີ່ເມືອງນາໝໍ້ຍາດມາໄດ້ຕະຫຼອດໄລຍະ 60 ປີຜ່ານມານັ້ນ ທ່ານ ປອ ວົງສະຫວັນ ໄຊຍະວົງ ເລຂາພັກເມືອງ ເຈົ້າເມືອງໆນາໝໍ້ ຍັງໄດ້ຮຽກຮ້ອງໃຫ້ ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງນາໝໍ້ ຈົ່ງຕັ້ງໜ້າເຂົ້າຮ່ວມໃນການພັດທະນາ ເສດຖະກິດ- ສັງຄົມ, ປັບປຸງຊີວິດການເປັນຢູ່, ແກ້ໄຂຄວາມທຸກຍາກ ໃຫ້ນັບມື້ນັບຫຼຸດລົງເທື່ອລະ ກ້າວ. ພ້ອມ ກັນນັ້ນ ຕ້ອງຕັ້ງໜ້າເສີມຂະຫຍາຍມູນເຊື້ອ ວັດທະນະທຳ ແລະ ຮີດຄອງປະເພນີອັນ ດີງາມຂອງ ບັນດາເຜົ່າໃຫ້ຍືນຍົງ, ປະກອບສ່ວນອອກແຮງແຂງຂັນ ສ້າງຂະບວນການ ຮັກຊາດ ພັດທະນາຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຍົກສູງສະຕິ ເຄົາລົບລະບຽບ, ກົດໝາຍໃຫ້ເຂັ້ມງວດ. ບັນດາສະຫາຍ ພະນັກງານບຳນານ-ອະວຸໂສປະຕິວັດ, ຜູ້ຊົງຄຸນວຸດທິ, ຜູ້ທີ່ເຄີຍສູບຫຼໍ່ໃນແປວໄຟແຫ່ງຂະບວນການປະຕິວັດ ຈົ່ງຕັ້ງໜ້າເສີມຂະຫຍາຍມູນເຊື້ອເດັດດ່ຽວກ້າແກ່ນ, ຄວາມ ເດັດຂາດ ໜັກແໜ້ນຂອງຕົນ, ຄວາມເປັນແບບຢ່າງນຳໜ້າ ແລະ ນ້ຳໃຈເສຍສະຫຼະອັນສູງສົ່ງ ສືບຕໍ່ ເປັນຫຼັກ ເປັນແຫຼ່ງ, ເປັນຮົ່ມໂພ ຮົ່ມໄຊ, ປະກອບສ່ວນເຂົ້າໃນການສຶກສາອົບຮົມຈິດໃຈຮັກຊາດ ແພງເຊື້ອ, ທັດສະນະຫຼັກໝັ້ນປະຕິວັດ ໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ກໍຄືຮຸ່ນລູກ ຮຸ່ນຫຼານ ແລະ ຮຸ່ນຕໍ່ໆໄປ, ສືບຕໍ່ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ໃນໝູ່ພະນັກງານ ອາວຸໂສ ແລະ ປະຊາຊົນ ຊັ້ນຄົນຕ່າງໆ ປະກອບສ່ວນອັນສຳຄັນ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາເມືອງນາໝໍ້ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ. ພວກເຮົາເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍມູນເຊື້ອຄວາມ ສາມັກຄີອັນເປັນປຶກແຜ່ນແໜ້ນໜາ ຂອງປະຊາຊົນບັນດາເຜົ່າ ຊາວເມືອງນາໝໍ້ ພາຍໃຕ້ການນຳ ພາ-ຊີ້ນຳຂອງອົງຄະນະພັກເມືອງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາເມືອງໃຫ້ກ້າວຂຶ້ນຢ່າງສະຫງ່າງາມ.

ເພື່ອສະແດງເຖິງຄວາມຮູ້ບຸນຄຸນຂອງບັນດາອາດີດການນຳແຕ່ລະຮຸ່ນ ແຕ່ລະສະໄຫມໂອກາດດັ່ງກ່າວ ອົງການປົກຄອງເມືອງ ກໍໄດ້ມອບໃບຍ້ອງຍໍ ແລະ ຂອງຂັວນໃຫ້ແກ່ອາດີດເຈົ້າເມືອງ ແລະ ການນຳເມືອງ ແລະ ມອບໃບຍ້ອງຍໍໃຫ້ພາກສ່ວນຕ່າງໆທີ່ໃຫ້ການປະກອບສ່ວນອຸປະຖຳການຈັດງານໃນຄັ້ງນີ້ຢ່າງສົມກຽດ.

ພາຍຫຼັງ ສຳເລັດພິທີແລ້ວ ການນຳແຂວງ, ເມືອງ ພ້ອມດ້ວຍແຂກທຸກພາກສ່ວນ ກໍໄດ້ເດີນຊົມເບິ່ງການວາງສະແດງສິນຄ້າ ແລະ ຜະລິດຕະພັນທີ່ພໍ່ຄ້າຊາວຂາຍພາຍໃນເມືອງ ແລະ ຕ່າງເມືອງ ມາວາງຂາຍເຊິ່ງລວມມີທັງ ສິນຄ້າທີ່ຜະລິດພາຍໃນເມືອງ ແລະ ຕ່າງເມືອງ ແລະ ຕ່າງປະເທດຕື່ມອີກ

ຂ່າວ: ໄມພອນ