ສະຖານທີ ທ່ອງທ່ຽວ ນ້ຳອອກຮູ ເມືອງນາໝໍ້

ບ້ານນາ​ທົ່ງ, ເມືອງ​ນາ​ໝໍ້ ຕັ້ງຢູ່ຫາງຈາກເທດສະບານເມືອງປະມານ 8 ກິ​ໂລ​ແມັດ ແລະ ຫ່າງ​ຈາກ​ເສັ້ນ​ທາງ​ຫລວງເລກ​ທີ່ 13 ເໜືອ 1 ກິ​ໂລ​ແມັດ. ເປັນນ້ຳອອກ​ຮູຈາກ​ປາກ​ຖ້ຳ​ນ້ອຍ, ກ້ອງ​ພູ​ຫີນໃຫຍ່ ເຊິງມີກິດຈະກຳຂີ່ກົງເບັງ, ຫຼີ້ນນ້ຳ, ຊົມຜາຫີນ, ກາບໄຫ້ວຖ້ຳພະເຈົ້າ, ມີຕູບນ້ອຍນັ່ງຊີວໆ ແລະ ມີຮ້ານອາຫານໄວ້ຄ່ອຍບໍລິການອາຫານເຄື່ອງດື່ມ. ​

ນ້ຳອອກຮູ ແຫ່ງນີ້ ໄດ້ມີການສຳຫຼວດ ໃນປີ 2010 ໂດຍນັກ​ສຳ​ຫຼວດ​ຈາກ​ທະ​ວີບ​ເອີລົບ​ມາ​ສຳ​ຫຼວດ​ແຕ່ກໍ່​ເວຂົ້າ​ໄດ້​ພຽງ​ແຕ່ 4 ກິ​ໂລ​ແມັດ​. ນ້ຳ​ອອກ​ຮູ​ແຫ່ງນີ້​ເປັນ​ທີ່​ຮູ້​ຈັກ​ກັນດີຂອງຊາວ​ເມືອງ​ນາ​ໝໍ້.

​ສະ​ຖານ​ທີ​ດັ່ງ​ກ່າວເປິດ​​ໃຫ້​ນັກ​ທ່ອງ​ທ່ຽວ​​ເຂົ້າ​ຊົມ​ໃນ​ປີ 2003 ເປັນ​​ອີກ​ສະ​ຖານ​ທໜຶ່ງ​ທີ່​ມີ​ຄວາມ​ສວຍ​ງາມ​​ທາງ​ດ້ານ​ທຳ​ມະ​ຊາດ, ນ້ຳ​ທີ​ອອກ​ມາ​ເປັນ​ນ້ຳ​ໃສ​ເຢັນ, ຄ້າຍ​ຄື​ສະ​ລອຍ​ນ້ຳ ແລະ ນັກ​ທ່ອງ​ທ່ຽວ​ສາ​ມາດ​ອາບ​​ລອຍໄດ້. ​ນ້ຳ​​ອອກ​ຮູສາຍນີ້​ເກີດ​ຈາກ​ນ້ຳ​ຫ້ວຍ 2 ຫ້ວຍ​ໄຫຼ​ປ່ອງ​ໃສ່​ກັນ​ຄື: ຫ້ວຍ​ກະ​ສາ ແລະ ຫ້ວຍ​ຫັນທີ່​ໄຫຼ​ມາ​ຈາກ​ບ້ານ​ນ້ຳ​ພິກ. ​ເຂົ້າ​ໄປ​ທາງ​ໃນ​ປະ​ມານ 150-200 ແມັດ​ຈະ​ມີ​ນ້ຳ​ຕົກ​ຕາດ​ນ້ອຍ​ທີ່​ສວຍ​ງາມ​ສູງ​ປະ​ມານ 5-10 ແມັດ. ມີ​ຮ້ານ​ອາ​ຫານ, ແລະ ເຄື່ອງ​ດື່ມ​ພ້ອມ​ໃຫ້​ບໍ​ລິ​ການ​​ແກ່ນັກ​ທ່ອງ​ທ່ຽວ ໃນບໍລິເວນນີ້ ໃນມື້ບຸນຕ່າງໆ.